 |
ສາທາລະນະລັດປະຊາທິປະໄຕປະຊາຊົນລາວ |
 |
ໂອ່ ດວງຈຳປາ
(ພາສາລາວ 老挝文 Lao)
ໂອ່ ດວງຈຳປາ ເວລາຊົມໜໍ່ ນຶກເຫັນພັນຊໍ່ ມອງເຫັນຫົວໃຈ ເຮົານຶກຂີ້ນໄດ້ໃນກິ່ນເຈົ້າຫອມ ເຫັນສວນດອກໄມ້ ບິດາປູກໄວ້ຕັ້ງແຕ່ນານມາ ເວລາຫງ່ວມເຫງົາ ເຈົ້າຊ່ວຍບັນເທົາເຮົາຫາຍໂສກາ ເຈົ້າດວງຈຳປາ ຄູ່ຄຽງເຮົາມາແຕ່ຍາມນ້ອຍເອີຍ ກິ່ນເຈົາສຳຄັນ ຕິດພັນຫົວໃຈ ເປັນໜ້າຮັກໃຄ່ ແພງໄວ້ເຊີຍຊົມ ຍາມເຫງົາເຮົາດົມ ໂອ່ ຈຳປາຫອມ ເມື່ອດົມກິ່ນເຈົ້າ ປານພົບຊູ້ເກົ່າທີ່ພາກຈາກໄປ ເຈົ້າເປັນດອກໄມ້ທີ່ງາມວິໄລຕັ້ງແຕ່ໃດມາ ເຈົ້າດວງຈຳປາ ມາລາຂວັນຮັກຂອງຮຽມນີ້ເອີຍ ໂອ່ດວງຈຳປາ ບຸດຜາເມືອງລາວ ງາມດັ່ງດວງດາວ ຊາວລາວເພິ່ງໃຈ ເກີດຢູ່ພາຍໃນແດນດິນລ້ານຊ້າງ ຂ້າໄດ້ພັດພາກ ເວລາແທ້ຈາກບ້ານເກີດເມືອງນອນ ຮຽມຈະເອົາເຈົ້າ ເປັນເພື່ອນຮ່ວມເຫງົາເທົ່າສີ້ນຊີວາ ເຈົ້າດວງຈຳປາ ມາລາງາມຍິ່ງມິ່ງເມືອງລາວເອີຍ
|
|